ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 502 ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ແລະ ກິລາ​ການ​ທະຫານ

     ໃນ​ວັນ​ທີ 1 ພຶດສະພາ 2024, ກອງພັນ​ໃຫຍ່ 502 ກອງ​ພົນ​ທີ 5 ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ແລະ ກິລາ​ການ​ທະຫານ
ເພື່ອ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ III ຂອງ​ຄະນະ​ພັກ ​ກອງພັນ​ໃຫຍ່ 502, ໂດຍ​ການ​ເປັນ​ປະທານ ​ຂອງ​ສະຫາຍ
ພັນ​ເອກ ໄຊ​ສົມ​ພອນ ດວງ​ຈັນທາ ຫົວໜ້າ​ການ​ທະຫານ ​ກອງພັນ​ໃຫຍ່ 502, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ພະແນກ ການ, ກົມ​ກອງ, ຄູ​ຝຶກ
ພ້ອມ​ດ້ວຍ ນັກ​ກິລາ ເຂົ້າ​ຮ່ວມ.

     ສະຫາຍ ພັນ​ຕີ ສັນຕິ​ໄຊ ສຸວັນນະ​ລາດ ຫົວໜ້າ​ຂະແໜງ​ອົບຮົມ ໄດ້​ຜ່ານ​ແຜນການ​ແຂ່ງຂັນ​ກິ ລາ ໂດຍ​ອີງ​ຕາມ​ແຜນ​ການຈັດຕັ້ງ​ສ້າງ​ຂະ​
ບວນ​ການ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ III ຂອງ​ຄະນະ​ພັກ​ກອງພັນ​ໃຫຍ່ 502 ທັງ​ເປັນ​ການ​ສ້າງ​ບັນຍາກາດ​ຢູ່​ກົມ​ກອງ​ໃຫ້​ຟົດ
ຟື້ນ​ມ່ວນຊື່ນ. ​ກິລາ​ທີ່​ນຳ​ມາ​ແຂ່ງຂັນ​ມີ 7 ປະເພດ ຄື: ບານເຕະ, ບານສົ່ງ, ກະຕໍ້, ເປ​ຕັງ, ນັກຮົບ​ແຂງແຮງ, ແລ່ນ​ມ້າງ​ປະກອບ​ອາວຸດ 400
ແມັດ, ຜ່ານ​ສິ່ງ​ກີດຂວາງ 4 X 50 ແມັດ. ສະຫາຍ ພັນ​ເອກ ໄຊ​ສົມ​ພອນ ດວງ​ຈັນທາ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່​ຄະນະ​ພັກ-ຄະນະ
ບັນຊາ ພະນັກງານ-ນັກຮົບ ທີ່​ໄດ້​ພ້ອມພຽງ​ກັນ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ພ້ອມ​ທັງ, ເນັ້ນ​ໜັກ​ໃຫ້​ບັນດາກຳມະການ, ຄູ​ຝຶກ
ແລະ ນັກ​ກິລາ ຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ໃຫ້​ປະສົບ​ຜົນສຳ ເລັດ ແລະ ມີ​ຄວາມ​ປອດ​ໄພ,
ຮັກສາ​ໄດ້​ຕາມ​ຂໍ້​ກຳນົດ, ​ກົດ​ລະບຽບ​ຕ່າງໆ ໃນ​ການ​ຫຼິ້ນ​ກິລາ, ກຳມະການ​ຕັດສິນ​ ຕ້ອງ​ທ່ຽງ​ທຳ, ນັກ​ກິລາ​ແຕ່​ລະ​ສະຫາຍ ​ຕ້ອງ​ມີ​ຈິດໃຈອົດ
ທົນ, ພ້ອມ​ກັນ​ຮັກສາ​ຄວາມ​ສາມັກຄີ ຢູ່​ບົນ​ພື້ນຖານ​ອຸດົມ​ການ​ດຽວ​ກັນ ​ເຮັດ​ໃຫ້ການ​ສ້າງ​ຂະ​ບວນ​ການ​ຄັ້ງ​ນີ້ ມີ​ເນື້ອ​ໃນ​ຄວາມ​ໝາຍ ແລະ
ປະສົບ​ຜົນສຳເລັດ​ຕາມ​ແຜນການ.

ແຫຼ່ງທີ່ມາ: ສົມ​ພອນ​ໄຊ ພັນ​ທ້າວ
ວັນທີ 09/05/2024